07/07/2022

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ (e-Office) ໃຫ້ພະນັກງານວິຊາການຜູ້ຮັບຜິດຊອບຂາອອກ-ຂາເຂົ້າ, ຄະນະພະແນກ ແລະ ວິຊາການ ຂອງບັນດາກົມທຽບເທົ່າ ແລະ ລົງເລິກການຝືກອົບຮົມການເຊັນລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຫ້ອງການທັນສະໄໝ (e-Office ໃຫ້ແກ່ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ ຕສ. ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 75 ທ່ານ.
ເຊິ່ງຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອຍົກລະດັບຂອງການນຳໃຊ້ລະບົບຫ້ອງການທັນສະໄໝ ໃຫ້ແກ່ພະນັກງານວິຊາການຜູ້ຮັບຜິດຊອບຂາອອກ-ຂາເຂົ້າ, ຄະນະພະແນກ ແລະ ວິຊາການ ພາຍໃນກະຊວງ ຕສ ໃຫ້ສາມາດນຳໃຊ້ລະບົບດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ເປັນຕົ້ນແມ່ນ ການບໍລິຫານ, ຄຸ້ມຄອງ ແລະ ຕິດຕາມເອກະສານເຂົ້າ-ອອກຂອງບັນດາກົມ ພາຍໃນກະຊວງ ຕສ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ທັງສ້າງໃຫ້ກະຊວງ ພວກເຮົາເປັນແບບຢ່າງຂອງການນຳໃຊ້ລະບົບທີ່ທັນສະໄໝ ໂດຍສະເພາະການເຊັນເອກະສານຜ່ານທາງລະບົບອອນລາຍ ແລະ ການເຮັດວຽກທີ່ບໍ່ມີເຈ້ຍ (Paper less) ໃຫ້ແກ່ບັນດາກະຊວງ ແລະ ອົງການຈັດຕັ້ງທຽບເທົ່າຕ່າງໆ ໃນຂັ້ນຕໍ່ໄປ.
ນອກນັ້ນ, ຍັງໄດ້ຝຶກອົບຮົມ ແລະ ແນະນຳການນຳໃຊ້ລາຍເຊັນເອເລັກໂຕຣນິກ ຫຼື ການເຊັນເອກະສານຜ່ານລະບົບຫ້ອງການທັນສະໄໝໃຫ້ແກ່ຄະນະກົມ/ທຽບເທົ່າ ເພື່ອໃຫ້ສາມາດນຳໃຊ້ລາຍເຊັນເອເລັກໂຕຣນິກ ທັງຜ່ານລະບົບຄອມພິວເຕີ ແລະ ຜ່ານລະບົບຫ້ອງການທັນສະໄໝ ເຂົ້າໃນວຽກງານຂອງຕົນໄດ້ຢ່າງສະດວກ, ວ່ອງໄວ, ປະຫຍັດທັງເວລາ ແລະ ການນໍາໃຊ້ເຈ້ຍໃຫ້ໜ້ອຍລົງ ທັງຮັບປະກັນການເຮັດວຽກຢູ່ທຸກເວລາ ແລະ ສະຖານທີ່.
ໃນການຝຶກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ(e-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ໄດ້ດຳເນີນໄປເປັນເວລາ 3 ວັນເຕັມ ແລະ ໄດ້ສີ້ນສຸດລົງໃນວັນທີ 07/07/2022 ໃນເວລາ 16:30 ໂມງ.
ຂ່າວໂດຍ: ຊ່ອງດາວ ພົມມະຈັນ.