02/06/2022

ໃນຕອນບ່າຍວັນທີ 02 ມິຖຸນາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ແລະ ລະບົບ ຂອງພາກລັດ ໃຫ້ແກ່ ສູນກາງສະຫະພັນກຳມະບານລາວ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມ ສີລາເພັດ ຮອງ ຫົວໜ້າຫ້ອງການ ແລະ ມີຜູ້ເຂົ້າຮ່ວມຈາກ 09 ກົມ, ຈຳນວນທັ້ງໝົດ 43 ທ່ານ ແລະ ນັກວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຈຳນວນ 05 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການນຳໃຊ້ລະບົບ G-Share/G-Drive ຂອງພາລັດ, ໃນການຈັດການບັນດາຂໍ້ມູນດ້ານຕ່າງໆ ທີ່ໃຊ້ເຂົ້າໃນວຽກງານ ໂດຍສະເພາະແມ່ນເອກະສານ ຜ່ານລະບົບ Cloud ຍົກສູງຄວາມສາມາດໃນການໝູນໃຊ້ລະບົບ G-Share/G-Drive ເຂົ້າໃນການປະຕິບັດວຽກງານຢ່າງມີປະສິດທິພາບ, ຫຼຸດຜ່ອນຂັ້ນຕອນການກຳເນີນການ, ປະຢັດເວລາ ແລະ ເອກະສານຊ້ຳຊ້ອນ ໃຫ້ໄດ້ຮັບໝາກຜົນສູງສຸດ.
ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ແນະນຳກ່ຽວກັບ ການສ້າງ, ອັບໂຫຼດ ແລະ ຈັດການຟາຍ (File), ການແບ່ງປັນຂໍ້ມູນໃຫ້ກັບບຸກຄົນອື່ນດ້ວຍຮູບແບບຕ່າງໆ ແລະ ການແກ້ໄຂເອກະສານຮ່ວມກັນ, ນອກນັ້ນ ຍັງໄດ້ຍົກຕົວຢ່າງການນຳໃຊ ້ເຂົ້າໃນວຽກງານຕົວຈິງ ເພື່ອເປັນແນວທາງໃນການນຳໄປໜູນໃຊ້ວຽກຂອງແຕ່ລະທ່ານ ເຊິ່ງສາມາດປັບເຂົ້າໃນລະບົບການເຮັດວຽກຂອງແຕ່ລະພາກສ່ວນ ເພື່ອການຫັນເປັນທັນສະໄໝ ຜ່ານລະບົບເອເລັກໂຕຣນິກ ໃຫ້ແກ່ບັນດານັກສຳມະນາກອນອີກດ້ວຍ.
ພາຍຫຼັງການແນະນຳການຄຸ້ມຄອງ ແລະ ນຳໃຊ້ລະບົບສຳເລັດ ກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນ ຊຶ່ງດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການນໍາໃຊ້ ແລະ ພັດທະນາ ລະບົບ G-Share/G-Drive ຂອງພາກລັດ ທີ່ໜ້າສົນໃຈ ແລະ ເປັນປະໂຫຍດໃນການພັດທະນາ ແລະ ປັບປຸງລະບົບ ໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບ.
ການຝຶກອົບຮົມໄດ້ສິ້ນສຸດລົງ ໃນມື້ດຽວກັນ 02 ມິຖຸນາ 2022, ເວລາ 16:30.
ຂ່າວໂດຍ: ຊ່ອງດາວ ພົມມະຈັນ