07/03/2022

ໃນຕອນເຊົ້າຂອງວັນທີ 04 ມີນາ 2022 ຜ່ານມານີ້, ໜ່ວຍແມ່ຍິງ ສູບໍລິຫານລັດດິຈິຕອນ ໄດ້ເຂົ້າຮ່ວມພິທີມອບ-ຮັບການຢັ້ງຢືນຮັກສານາມມະຍົດທຸງໄຊ, ໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020) ທີ່ຫ້ອງປະຊຸມກະຊວງ ເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຈັດໂດຍ ສະຫະພັນແມ່ຍິງກະຊວງ ຕສ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກຕສ, ພ້ອມດ້ວຍປະທານສະຫະພັນແມ່ຍິງ, ເຂລາຄະນະບໍລິຫານງານຊາວໜຸ່ມ, ປະທານສະຫະພັນກໍາມະບານ, ແລະ ແຂກຜູ້ມີກຽດເຂົ້າຮ່ວມ ມີຄະນະພັກກະຊວງ, ຄະນະໜ່ວຍພັກບັນດາກົມ/ທຽບເທົ່າ, ຄະນະພັກຮາກຖານບໍລິສັດ ລັດວິສາຫະກິດ, ຄະນະບໍລິຫານງານສະຫະພັນຍິງກະຊວງ ແລະ ຕາງໜ້າສະມາຊິກເອື້ອຍນ້ອງແມ່ຍິງ ອ້ອມຂ້າງກະຊວງ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການລາຍງານຫຍໍ້ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ II (2016-2020) ແລະ ທິດທາງໃນຕໍ່ໜ້າ ແລະ ເປີດບັ້ນແຂ່ງຂັນ ໄລຍະ 2021-2025 ເປັນຕົ້ນ: ໄດ້ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຊຶ່ງຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຈາກຜົນງານດັ່ງກ່າວໜ່ວຍແມ່ຍິງສູນບໍລິຫານລັດ ຂອງພວກເຮົາ ກໍ່ສາມາດຍາດໄດ້ 3 ດີປະເພດ I ຈຳນວນ 15 ຄົນ ກວມເອົາ 100% ຂອງຈໍານວນຜູ້ເຂົ້າຮ່ວມຂໍ້ແຂງຂັນ 3 ດີພາຍໃນໜ່ວຍ.
ໃນວັນດຽວກັນ ຍັງໄດ້ມີການຈັດກິດຈະກໍາ ຈໍາໜ່າຍຜະລິດຕະພັນ ຂອງເອື້ອຍນ້ອງແມ່ຍິງ ອ້ອມຂ້ອມຂ້າງ ກະຊວງ, ໜ່ວຍແມ່ຍິງ ສລດ ກໍ່ໄດ້ມີຜະລິດຕະພັນຮ່ວມກິດຈະກໍາພາຍໃນງານ ເພື່ອສ້າງລາຍຮັບເຂົ້າຄັງຂອງໜ່ວຍ ທັງເປັນການສ້າງຂະບວນການໃຫ້ບັນຍາກາດຝົດຟື້ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໄຂຂຶ້ນໃນໄວໆນີ້.
ບົດຂ່າວໂດຍ:ນ. ວຽງຄຳ ເພັດສີຄາມ