26/11/2019

ໃນວັນທີ 10 ເຖີງ 31 ຕຸລາ 2019 ພະນັກງານສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ຈໍານວນ 01 ທ່ານ ໂດຍແມ່ນ ທ່ານ ນາງ ພາວັນ ຫຼວງເສນາ ໄດ້ເຂົ້າຮ່ວມສໍາມະນາ ໃນຫົວຂໍ້ ການຄ້າລະຫວ່າງປະເທດ ຜ່ານລະບົບເອເລັກໂຕຣນິກ ສໍາລັບບັນດາປະເທດທີ່ຢູ່ລຽບຕາມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ປະຈໍາປີ 2019 (Seminar on Cross- Border Electronic Commerce For Countries under Belt and Road Initiative Project Description) ທີ່ປະເທດ ສປ ຈີນ ເຊີ່ງຈຸດປະສົງ ແມ່ນເພື່ອແລກປ່ຽນທອດຖອນບົດຮຽນໃນການ ເຮັດການຄ້າແບບເອເລັກໂຕຣນິກ, ຮຽນຮູ້ການເຮັດທຸລະກິດແບບອອນລາຍທີ່ປະສົບຜົນສໍາເລັດ ແລະ ຮັບຮູ້ສະພາບເສດຖະກິດໃນປັດຈຸັບນ.
ການສໍາມະນາດ່ັງກ່າວມີຜູ້ເຂົ້າຮ່ວມທັງໝົດ 26 ຄົນ ຈາກ 10 ປະເທດທີ່ຢູ່ລຽບຕາມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຊຶ່ງການສໍາມະນາໄດ້ນໍາສະເໜີກ່ຽວກັບຄວາມເປັນມາ, ວິທີ ແລະ ຮູບແບບຂອງການດໍາເນີນທຸລະກິດແບບເອເລັກໂຕຣນິກ, ອົງປະກອບທີ່ສໍາຄັນຂອງການພັດທະນາການຄ້າແບບເອເລັກໂຕຣນິກ ໂດຍສະເພາະອົງປະກອບ 4 ດ້ານທີ່ສໍາຄັນຂອງການຄ້າເອເລັກໂຕຣນິກ (E-Commerce) ກໍ່ຄື: ລະບົບກົດໝາຍ ແລະ ນິຕິກໍາໃນການຄຸ້ມຄອງ, ລະບົບໂຄງລ່າງພື້ນຖານດ້ານອິນເຕີເນັດ, ລະບົບການຈ່າຍ ແລະ ສໍາລະເງິນທາງອອນລາຍ, ລະບົບການຂົນສົ່ງເຄື່ອງພັດສະດຸພາຍໃນປະເທດ, ການຄຸ້ມຄອງ, ຕິດຕາມ, ກວດກາ ເຄື່ອງພັດສະດຸທີ່ຂົນສົ່ງຜ່ານດ້ານກວດກາພາສີ ແລະ ລະບົບການຊື້-ຂາຍຜ່ານປະຕູດຽວ (Customs system). ພ້ອມນັ້ນ, ກໍ່ໄດ້ນໍາສະເໜີກ່ຽວກັບການຄ້າທີ່ຕິດພັນກັບການລົງທຶນຕ່າງປະເທດ ແລະ ກົດໝາຍການລົງທຶນສາກົນ, ບັນຫາ ແລະ ການພັດທະນາເສດຖະກິດຂອງປະເທດ ສປ ຈີນ (Economy Development and Problems),
ຮູບແບບນະວັດຕະກໍາໃໝ່ໆ ຂອງທຸລະກິດແບບເອເລັກໂຕຣນິກ (Innovative E-Business Models).
ການສໍາມະນາຍັງໄດ້ຍົກໃຫ້ເຫັນ ສະພາບຄວາມບໍ່ສະຖຽນຂອງເສດທະກິດໂລກ ແລະ ການປ່ຽນແປງຂອງການເຊື່ອມໂຍງເສດຖະກິດໃນປັດຈຸບັນ ທີ່ມີຄວາມເຄັ່ງຕຶງ ແລະ ບໍ່ແນ່ ແລະ ອົງປະກອບຄວາມສະດວກທາງດ້ານການຄ້າພາຍໃຕ້ລະບົບການຄ້າພາຄີ ໂດຍສະເພາະບັນດາປະເທດຕາມ ໜຶ່ງແລວ ໜຶ່ງເສັ້ນທາງ.
ເຫັນວ່າການພັດທະນາ ແລະ ສົ່ງເສີມທາງດ້ານການຄ້າເອເລັກໂຕຣນິກ ເປັນຮູບແບບການຄ້າໜຶ່ງທີ່ມີຄວາມສໍາຄັນໃນການຂະຫຍາຍຕົວຂອງເສດຖະກິດໃນປັດຈຸບັນ ຖືໄດ້ວ່າຮູບແບບການປ່ຽນແປງໃໝ່ຂອງການເຮັດທຸລະກິດ ແມ່ນຕ້ອງໄດ້ນໍາໃຊ້ເຄື່ອງມືເອເລັກໂຕຣນິກ ເພື່ອເຂົ້າເຖີງລູກຄ້າ ໃຫ້ມີຄວາມສະດວກສະບາຍຫຼາຍກວ່າເກົ່າ ແລະ ສາມາດເພີ່ມປະສິດທິພາບການຄ້າຂາຍສູງຂື້ນ ແລະ ການຮ່ວມມືຂອງແຕ່ລະພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງ ທີ່ເປັນອົງປະກອບສໍາຄັນໃນການຄ້າທາງເອເລັກໂຕຣນິກ ຕ້ອງມີການຮ່ວມມື ແລະ ສົ່ງເສີມໃຫ້ມີມາດຕະຖານ, ຮູບແບບ ແລະ ເງື່ອນໄຂອໍານວຍຄວາມສະດວກຕ່າງໆ ໃນການຮອງຮັບກັບການຄ້າແບບເອເລັກໂຕຣນິກຫຼາຍຂື້ນ ແລະ ຂະຫຍາຍຢ່າງກວ້າງຂວາງ.